ຢ້ຽຢ້ຽມຢາມອຸທິຍານ

ໝາກຫົວໃຈຂອງພາກຕາເວັນອອກສ່ຽງເໜືອຂອງລາວ

ໝາກຫົວໃຈຂອງພາກຕາເວັນອອກສ່ຽງເໜືອຂອງລາວ

ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ ເປັນໜຶ່ງໃນລະບົບປ່າສະຫງວນແຫ່ງຊາດທີ່ໃຫຍ່ ແລະ ອຸດົມສົມບູນທາງຊີວະນາໆພັນ ທີ່ສຸດໃນລາວ ໂດຍມີພື້ນທີ່ກວມເອົາ 3 ແຂວງຄື: ແຂວງຫົວພັນ, ຫຼວງພະບາງ ແລະ ຊຽງຂວາງ

ຫ້ອງການ ແລະ ສູນຂໍ້ມູນຂ່າວສານການທ່ອງທ່ຽວ ຂອງອຸທິຍານແຫ່ງຊາດ ຕັ້ງຢູ່ໃນເທດສະບານເມືອງຮ້ຽມ. ທ່ານສາມາດເຂົ້າໄປທ່ຽວຊົມອຸທິຍານແຫ່ງຊາດ ນ້ຳແອດ-ພູເລີຍ ໂດຍການເຂົ້າຮ່ວມກິດຈະກຳການທ່ອງທ່ຽວແບບອະນຸລັກສັດປ່າທີ່ໄດ້ຮັບລາງວັນດີເດັ່ນ ຂອງອຸທິຍານແຫ່ງຊາດ.

ເສັ້ນທາງໄປຫາອຸທິຍານ ເປັນທາງຄັບແຄບ, ຄົດໂຄ້ງ ແລະ ມີທັດສະນີຍະພາບອັນງົດງາມ.

ເມືອງຮ້ຽມ

ຫ້ອງການ ແລະ ສູນຂໍ້ມູນຂ່າວສານການທ່ອງທ່ຽວ ຂອງອຸທິຍານແຫ່ງຊາດ ຕັ້ງຢູ່ເທດສະບານເມືອງຮ້ຽມ ແຂວງຫົວພັນ, ຢູ່ລະຫວ່າງ ຫຼວງພະບາງ, ຊຳເໜືອ ແລະ ໂພນສະຫວັນ.

ເມືອງຮ້ຽມມີຊື່ສຽງໂດ່ງດັງຍ້ອນນ້ຳພຸຮ້ອນ ແລະ ບັນຍາກາດຊົນນະບົດທີ່ສະຫງົບສຸກ, ມີຮ້ານອາຫານ ແລະ ບ່ອນພັກເຊົາໃຫ້ບໍລິການຢູ່ຫຼາຍບ່ອນໃນຕົວເມືອງ.

ຫ້ອງການຂອງອຸທິຍານແຫ່ງຊາດ ແມ່ນຈຸດນັດພົບສໍາລັບທຸກກິດຈະກຳການທ່ອງທ່ຽວພາຍໃນອຸທິຍານແຫ່ງຊາດ.

ການທ່ອງທ່ຽວແບບອະນຸລັກສັດປ່າ

ເພື່ອສ້າງໂອກາດການດຳລົງຊີວິດທີ່ເປັນມິດກັບສັດປ່າໃຫ້ແກ່ປະຊາຊົນທ້ອງຖິ່ນ, ອຸທິຍານແຫ່ງຊາດ ຈິ່ງໄດ້ສ້າງກິດຈະກຳທ່ອງທ່ຽວແບບອະນຸລັກຂື້ນໃນປີ 2010.

ທ່ານສາມາດເຂົ້າໄປທ່ຽວຊົມອຸທິຍານແຫ່ງຊາດ ໂດຍການເຂົ້າຮ່ວມກິດຈະກຳການທ່ອງທ່ຽວຂອງພວກເຮົາ. ປະຈຸບັນ, ພວກເຮົາມີ 2 ປະເພດກິດຈະກຳການທ່ອງທ່ຽວໃຫ້ບໍລິການຄື: ປະສົບການຕາມລຳນ້ຳເນີນ ແລະ ປະສົບການພູເຂົາ.

ທຸກກິດຈະກຳທ່ອງທ່ຽວ ຖືກອອກແບບມາເພື່ອສ້າງການເຊື່ອມຕໍ່ໂດຍກົງລະຫວ່າງການອະນຸລັກ ແລະ ການທ່ອງທ່ຽວ, ຮັບປະກັນວ່າຄ່າບໍລິການນັກທ່ອງທ່ຽວສົ່ງຜົນກະທົບທາງບວກຕໍ່ຄວາມພະຍາຍາມຂອງທ້ອງຖິ່ນໃນການປົກປ້ອງສັດປ່າທີ່ໃກ້ຈະສູນພັນ. ທຸກການດຳເນີນກິດຈະກຳການທ່ອງທ່ຽວ ແມ່ນນຳພາໂດຍຜູ້ນຳທ່ຽວທີ່ເວົ້າພາສາອັງກິດໄດ້ ຈາກອຸທິຍານແຫ່ງຊາດ ຮ່ວມກັບທີມງານຊຸມຊົນ.

ການເຂົ້າເຖິງອຸທິຍານ

ເມືອງຮ້ຽມ - ຈຸດນັດພົບຂອງການທ່ອງທ່ຽວ

ເມືອງຮ້ຽມ ເປັນທີ່ຕັ້ງຂອງຫ້ອງການອຸທິຍານແຫ່ງຊາດ ແລະ ເປັນຈຸດນັດພົບສຳລັບທຸກກິດຈະກຳການທ່ອງທ່ຽວ. ການຂົນສົ່ງລະຫວ່າງຫ້ອງການ ໄປຫາບ້ານທ່ອງທ່ຽວ ແມ່ນຈັດການໂດຍອຸທິຍານແຫ່ງຊາດ ແລະລວມຢູ່ໃນລາຄາການທ່ອງທ່ຽວ.

ແນວໃດກໍ່ຕາມ, ຖ້າທ່ານເດີນທາງຈາກໂພນສະຫວັນ ຫຼື ຊຳເໜືອ ເພື່ອມາທ່ຽວເອົາປະສົບການຕາມລຳນ້ຳເນິນ, ທ່ານອາດຈະສາມາດໄປພົບພະນັກງານນຳທ່ຽວໂດຍກົງ ທີ່ບ້ານສົ້ນຂົວ.

ເສັ້ນທາງລົດເມ ແລະຕາຕະລາງເວລາ

ຈາກຫຼວງພະບາງ, ຂຶ້ນລົດເມທີ່ມີຈຸດໝາຍປາຍທາງໄປຊຳເໜືອ ເຊິ່ງອອກເດີນທາງປະມານຕອນທ່ຽງຂອງທຸກໆວັນ ຈາກສະຖານີລົດເມສາຍເໜືອຢູ່ນະຄອນຫຼວງພະບາງ ແລະ ລົງລົດທີ່ເມືອງຮ້ຽມ ບ່ອນທີ່ຫ້ອງການທ່ອງທ່ຽວອຸທິຍານແຫ່ງຊາດຕັ້ງຢູ່.

ການເດີນທາງລົດເມໄປເມືອງຮ້ຽມໃຊ້ເວລາປະມານ 10-12 ຊົ່ວໂມງ, ຜ່ານສາມແຍກປາກມອງ ແລະ ໜອງຂຽວ. ທ່ານຈະມາຮອດເມືອງຮ້ຽມໃນເວລາ 10-11 ໂມງກາງຄືນ ຫຼືບາງຄັ້ງກໍ່ຊ້າກວ່ານັ້ນ ຂຶ້ນກັບສະພາບເສັ້ນທາງ ແລະ ລົດ.

ການຂົນສົ່ງລະຫວ່າງເມືອງຮ້ຽມ ແລະບ້ານເລີ່ມຕົ້ນການທ່ອງທ່ຽວ ແມ່ນຈັດການໂດຍອຸທິຍານແຫ່ງຊາດ ແລະລວມຢູ່ໃນລາຄາການທ່ອງທ່ຽວ. ສຳຫຼັບການເດີນທາງຈາກເມືອງຮ້ຽມໄປຫຼວງພະບາງ, ໃຊ້ລົດເມຖ້ຽວຕອນເຊົ້າ ຫຼື ຕອນແລງ.
ຢູ່ໜອງຂຽວ, ຂື້ນລົດເມໂດຍສານທີ່ມາຈາກຫຼວງພະບາງ ແລະ ມຸ່ງໜ້າໄປຊຳເໜືອ. ລົດເມຈະຜ່ານໜອງຂຽວ ເວລາປະມານ 5-6 ໂມງແລງ ຂອງທຸກໆມື້. ໜ່ວຍບໍລິການທ້ອງຖິ່ນຢູ່ໜອງຂຽວສາມາດຊ່ວຍທ່ານຈັດຊື້ປີ້ລົດ ແລະ ແຈ້ງຄົນຂັບລົດເມໃຫ້ຢຸດຮັບທ່ານເພື່ອໄປເມືອງຮ້ຽມ ບ່ອນທີ່ຫ້ອງການທ່ອງທ່ຽວອຸທິຍານແຫ່ງຊາດຕັ້ງຢູ່. ການເດີນທາງລົດເມໄປເມືອງຮ້ຽມແມ່ນໃຊ້ເວລາປະມານ 5-6 ຊົ່ວໂມງ, ທ່ານຈະໄປເຖິງເມືອງຮ້ຽມໃນເວລາ 10-11 ໂມງກາງຄືນ ຫຼືບາງຄັ້ງກໍ່ອາດຈະຊ້າກວ່າ ຂຶ້ນກັບສະພາບເສັ້ນທາງ ແລະ ລົດ.

ການຂົນສົ່ງລະຫວ່າງເມືອງຮ້ຽມ ແລະບ້ານເລີ່ມຕົ້ນການທ່ອງທ່ຽວ ແມ່ນຈັດການໂດຍທີມງານທ່ອງທ່ຽວອຸທິຍານແຫ່ງຊາດ ແລະລວມຢູ່ໃນລາຄາການທ່ອງທ່ຽວ.

ການເດີນທາງຈາກເມືອງຮ້ຽມໄປໜອງຂຽວ, ໃຊ້ລົດເມຖ້ຽວຕອນເຊົ້າ ຫຼື ຕອນແລງ ທີ່ມຸ່ງໜ້າໄປຫຼວງພະບາງ.
ລົດເມໂດຍສານ ອອກຈາກສະຖານີລົດເມ ຊຳເໜືອ ຫາ ເມືອງຮ້ຽມ ທຸກໆມື້ ໃນເວລາປະມານ 8 ໂມງເຊົ້າ ແລະ 4 ໂມງແລງ. ການເດີນທາງໄປຫາຈຸດເລີ່ມຕົ້ນຂອງທົວເບິ່ງສັດປ່າທີ່ບ້ານສົ້ນຂົວ ຈະໃຊ້ເວລາປະມານ 3.5 ຫາ 4 ຊົ່ວໂມງ ແລະເພີ່ມເຕີມ 1.5 ຊົ່ວໂມງ ຈາກຈຸດນັ້ນໄປຫາເມືອງຮ້ຽມ.

ໝາຍເຫດສໍາລັບນັກທ່ອງທ່ຽວເບິ່ງສັດປ່ານ້ຳເນີນ. ກະລຸນາຮັບຊາບວ່າ ກິດຈະກຳການທ່ອງທ່ຽວເບິ່ງສັດປ່າ ຈະເລີ່ມເວລາ 10:30 ໂມງເຊົ້າ. ຖ້າທ່ານເດີນທາງໂດຍລົດເມໂດຍສານ, ກະລຸນາມາໃຫ້ຮອດກ່ອນໜື່ງວັນ ແລະຄ້າງຄືນຢູ່ໃນບ້ານກ່ອນ. ການເລີ່ມຕົ້ນກິດຈະກຳທ່ອງທ່ຽວຊ້າ ແມ່ນເປັນໄປໄດ້ສໍາລັບການທ່ອງທ່ຽວທີ່ຈອງແບບສ່ວນຕົວເທົ່ານັ້ນ.

່ການເດີນທາງຫຼັງຈາກກິດຈະກຳທ່ອງທ່ຽວເບິ່ງສັດປ່ານ້ຳເນີນ ໄປຊຳເໜືອ. ທ່ານສາມາດລັດລົດເມທີ່ເດີນທາງມາຈາກໂພນສະຫວັນ ມຸ່ງໜ້າໄປຊຳເໜືອ ຢູ່ທີ່ສາມແຍກບ້ານກໍຮິ້ງ ເຊິ່ງລົດເມຈະມາຮອດຈຸດນັ້ນໃນເວລາປະມານ 11:30 ໂມງເຊົ້າ ຂອງທຸກໆວັນ. ການຕໍ່ລົດໄປຫາສາມແຍກບ້ານກໍຮິ້ງ ແມ່ນສາມາດຈັດການໄດ້. ກະລຸນາຕິດຕໍ່ພວກເຮົາສໍາລັບລາຍລະອຽດເພີ່ມເຕີມ.

ການເດີນທາງຈາກເມືອງຮ້ຽມໄປຊຳເໜືອ. ທ່ານສາມາດຂື້ນລົດເມໂດຍສານ ສາຍຫຼວງພະບາງ-ຊຳເໜືອ ໃນເວລາປະມານທ່ຽງຄືນ ຫຼື ໃຊ້ບໍລິການລົດຂົນສົ່ງສ່ວນຕົວໄປຍັງສາມແຍກບ້ານກໍຮິ້ງ ເພື່ອຂຶ້ນລົດເມ ສາຍໂພນສະຫວັນ-ຊຳເໜືອ. ກະລຸນາຕິດຕໍ່ພວກເຮົາສໍາລັບລາຍລະອຽດເພີ່ມເຕີມ.
ບໍ່ມີການຂົນສົ່ງໂດຍສານລະຫວ່າງ ໂພນສະຫວັນ ຫາ ເມືອງຮ້ຽມ ໂດຍກົງ ຫຼື ມາຫາຈຸດເລີ່ມຕົ້ນຂອງທົວເບິ່ງສັດປ່າ ທີ່ບ້ານ ສົ້ນຂົວ.

ເພື່ອໄປຮອດຈຸດເລີ່ມຕົ້ນຂອງທົວເບິ່ງສັດປ່າ ທີ່ບ້ານ ສົ້ນຂົວ, ທ່ານຄວນຂຶ້ນລົດເມຖ້ຽວ 8 ໂມງເຊົ້າ ທີ່ມຸ່ງໜ້າໄປ “ຊຳເໜືອ” ແລະ ລົງທີ່ສາມແຍກບ້ານກໍຮິ້ງ. ການເດີນທາງຂອງລົດເມໃຊ້ເວລາປະມານ 3-4 ຊົ່ວໂມງ. ສາມາດຈັດຫາລົດສົ່ງຈາກສາມແຍກກໍຮິ້ງ ໄປຫາບ້ານສົ້ນຂົວ ຈຸດເລີ່ມຕົ້ນຂອງທົວເບິ່ງສັດປ່າ. ກະລຸນາຕິດຕໍ່ພວກເຮົາສໍາລັບລາຍລະອຽດເພີ່ມເຕີມ.

ກະລຸນາຮັບຊາບວ່າກິດຈະກຳທ່ອງທ່ຽວເບິ່ງສັດປ່ານ້ຳເນີນ ເລີ່ມເວລາ 10:30 ໂມງເຊົ້າ. ຖ້າທ່ານເດີນທາງໂດຍລົດເມໂດຍສານ, ກະລຸນາມາໃຫ້ຮອດກ່ອນໜຶ່ງວັນ ແລະຄ້າງຄືນຢູ່ໃນບ້ານ. ການເລີ່ມຕົ້ນກິດຈະກຳທ່ອງທ່ຽວຊ້າ ແມ່ນເປັນໄປໄດ້ສໍາລັບການທ່ອງທ່ຽວທີ່ຈອງແບບສ່ວນຕົວເທົ່ານັ້ນ.

ການເດີນທາງຈາກທົວເບິ່ງສັດປ່ານ້ຳເນີນ ໄປໂພນສະຫວັນ, ທ່ານສາມາດລັດລົດເມໂດຍສານຖ້ຽວຕອນເຊົ້າ ສາຍຊຳເໜືອ-ຊຽງຂວາງ (ໂພນສະຫວັນ) ທີ່ຈະມາຮອດສາມແຍກບ້ານກໍຮິ້ງ ເວລາປະມານ 10 ໂມງເຊົ້າ ຂອງທຸກໆມື້. ການຕໍ່ລົດ ໄປຫາສາມແຍກບ້ານກໍຮິ້ງ ສາມາດຈັດຫາໄດ້. ກະລຸນາຕິດຕໍ່ພວກເຮົາສໍາລັບລາຍລະອຽດເພີ່ມເຕີມ.

ຈາກໂພນສະຫວັນ ເພື່ອໄປເຖິງເມືອງຮ້ຽມ, ພວກເຮົາແນະນຳໃຫ້ທ່ານເດີນທາງໄປເມືອງຊຳເໜືອກ່ອນ ແລະ ໄປຢ້ຽມຢາມຖ້ຳວຽງໄຊ ແລ້ວຂຶ້ນລົດເມໄປເມືອງຮ້ຽມໃນມື້ຕໍ່ມາ.

ການເດີນທາງຈາກເມືອງຮ້ຽມຫາໂພນສະຫວັນ ສາມາດຈັດຫາລົດບໍລິການຂົນສົ່ງສ່ວນຕົວໄປຫາສາມແຍກບ້ານກໍຮິ້ງ ເພື່ອໄປລັດລົດເມ ສາຍຊຳເໜືອ-ໂພນສະຫວັນ. ກະລຸນາຕິດຕໍ່ພວກເຮົາສໍາລັບລາຍລະອຽດເພີ່ມເຕີມ.

Please kindly note that the bus timetable is only approximate and that the local bus departure, arrival times can change without notice. Thank you for your willingness to visit NEPL NP. We hope to see you soon!

Route:
Luang Prabang-Sam Neua
Luang Prabang Nong Khiaw Muang Hiam River Safari (Ban Son Khoua) Kohing Sam Neua Contact Number
11:30 AM 5-6 PM 1-2AM 3-30 AM 4 AM 6-7AM 071 252729
Route: SamNeua-Luang Prabang Sam Neua Kohing River Safari  (Ban Son Khoua) Muang Hiam Nong Khiaw Luang Prabang Contact Number
4 PM 6 PM 6:30-7 PM 8:30-9 PM 2-3 AM 7-8 AM 064 314270
Route: Muang Hiam – Luang Prabang – Vientiane Muang Hiam Nong Khiaw Luang Prabang Contact Number
8:30 AM 1 PM 6 PM 02055180142
Route: Phonsavanh-SamNeua Phonsavanh Kohing
(pick up to River Safari possible)
Sam Neua Contact Number
Time 1
Time 2
8:30 AM
6 PM
11:30 PM
10 PM
5 PM
2:30-3 AM
0305170148
Route: SamNeuaPhonsavanh Sam Neua Kohing
(pick up to River Safari possible)
Phonsavanh Contact Number
Time 1
Time 2
8:30AM
3:30 PM
10 AM
8 PM
3 PM
1 PM
064314270

Update made on: 1 October 2024.
Times are approximate and can change.

ທາງເລືອກອື່ນ

ໃຫ້ບໍລິສັດທ່ອງທ່ຽວ ຊ່ວຍຈັດການເລື່ອງການເດີນທາງຂອງທ່ານ ດີບໍ?

FAQ

ຄໍາຕອບຕໍ່ຄໍາຖາມທີ່ພົບເລື້ອຍ. ຂ້ອຍຄວນຈອງລ່ວງຫນ້າບໍ? ໄປສວນສາທາລະນະໄດ້ແນວໃດ? ນອນຢູ່ເມືອງຫີນເຫີບ? ຂ້ອຍສາມາດເກັບກະເປົາຂອງຂ້ອຍຢູ່ໃສ? ໃຜຈະເປັນຄູ່ມືຂອງຂ້ອຍ? ຂ້ອຍຈໍາເປັນຕ້ອງຢູ່ໃນສະພາບທາງດ້ານຮ່າງກາຍທີ່ດີບໍ? ຂ້ອຍຈະເຫັນສັດປ່າບໍ?