ສັດປ່າ

ອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ເປັນທີ່ຮູ້ຈັກກັນດີດ້ານຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ, ເປັນທີ່ຢຸ່ອາໄສຂອງສັດປ່າສຳຄັນຫຼາຍຊະນິດພັນ ເຊັ່ນ: ສັດລ້ຽງລຸກດ້ວຍນົມຫຼາຍກວ່າ 50 ຊະນິດ ແລະ ມີຫຼາກຫຼາຍຂອງຊະນິດພັນສັດປ່າກິນຊິ້ນ ເຊິ່ງລວມທັງສັດຕະກູນແມວທີ່ຫາຍາກ 4 ຊະນິດ, ໜາໄນ, ແລະ ໜີ 2 ຊະນິດ. ນອກຈາກນັ້ນ, ຍັງເປັນບ່ອນຢູ່ອາໄສອັນສຳຄັນຂອງປະຊາກອນທະນີແກ້ມຂາວຖິ່ນເໜືອ ເຊິ່ງເປັນສັດທີ່ມີສະຖານະພາບສ່ຽງຕໍ່ການສູນພັນໃນລະດັບສາກົນ.
ມີນົກຫຼາຍກວ່າ 300 ຊະນິດ ທີ່ໄດ້ຮັບການບັນທຶກ ຢູ່ໃນອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ໂດຍຍັງມີການຄົ້ນພົບບາງຊະນິດພັນໃໝ່ຢູ່ເລື້ອຍໆ. ເບິ່ງລາຍລະອຽດຂອງຂໍ້ມູນບັນທຶກ ໃນຖານຂໍ້ມູນນົກ (E-bird).
ຊະນິດສັດກິນອາຫານ
ປະເພດສັດລ້ຽງລູກດ້ວຍນົມ
ຊະນິດຂອງນົກ
ທະນີ ແກ້ມຂາວຖິ່ນເໜືອ
(Nomascus leucogenys)
ສະຖານະພາບ: ໃກ້ສຸນພັນຂັ້ນວິກິດ (CR)
ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ອາດຈະເປັນພື້ນທີ່ຢູ່ອາໃສຂອງປະຊາກອນທີ່ໃຫຍ່ທີ່ສຸດຂອງທະນີແກ້ມຂາວຖິ່ນເໜືອທີ່ໃກ້ຈະສູນພັນ.
ລີງບໍ່ມີຫາງເຫຼົ່ານີ້ເປັນທີ່ຮູ້ຈັກກັນດີວ່າ ພວກມັນມັກຮ້ອງປະສານສຽງໃນຍາມເຊົ້າ ໂດຍ ຈຸດປະສົງກໍ່ເພື່ອບົ່ງບອກເຖິງອານາເຂດຂອງພວກມັນ ແລະ ເພື່ອການຊອກຫາຄູ່ໃນການປະສົມພັນ.
ທະນີແກ້ມຂາວຖິ່ນເໜືອ ເປັນສັດໃນຕະກູນລີງທີ່ຖືກໄພຄຸກຄາມຫຼາຍທີ່ສຸດໃນໂລກ ໂດຍທະນີ 5 ຊະນິດ ໃນທັງໝົດ 7 ຊະນິດ ຖືກຈັດຢູ່ໃນສະຖານະພາບໃກ້ສູນພັນຂັ້ນວິກິດ (CR) ໃນບັນຊີແດງ IUCN.
ກວາງປ່າ
(Rusa unicolor)
ສະຖານະ: ສ່ຽງຕໍ່ການສູນພັນ
ກວາງເປັນສັດກິນພືດທີ່ໃຫຍ່ທີ່ສຸດຊະນິດໜຶ່ງໃນອຸທິຍານແຫ່ງຊາດ ນ້ຳແອດ-ພູເລີຍ. ໂດຍເຮັດໜ້າທີ່ເປັນເຫຍື່ອໃຫ້ສັດກິນຊີ້ນຂະໜາດໃຫຍ່ ແລະ ສ້າງຄວາມສົມດຸນໃຫ້ແກ່ພືດພັນທ້ອງຖິ່ນ.
ກວາງທີ່ສ່ຽງຕໍ່ການສູນພັນນີ້ ສາມາດພົບເຫັນໄດ້ຫຼາຍໃນກິດຈະກຳທ່ອງທ່ຽວເບິ່ງສັດປ່າຕາມລຳນ້ຳເນີນ ແລະ ຈາກຫໍຄອຍເບິ່ງສັດປ່າໃນເຂດທ່ອງທ່ຽວຍ່າງປ່າ ເນື່ອງຈາກວ່າກວາງມັກອາໄສຕາມຮ່ອມພຸ, ແຄມນ້ຳ ແລະ ອອກກິນຫຍ້າຕອນກາງຄືນ.
ໝາໄນ
(Cuon alpinus)
ສະຖານະ: ໃກ້ສູນພັນ
ຄ້າຍຄືກັບໝາປ່າ ເຊິ່ງເປັນໃນວົງຕະກູນດຽວກັນ, ໝາໄນເປັນສັດກິນຊີ້ນທີ່ລ່າເປັນກຸ່ມ ໃນພື້ນທີ່ກວ້າງໃຫຍ່ທີ່ມີຄວາມອຸດົມສົມບູນຂອງສັດເປັນເຫຍື່ອ. ດ້ວຍເຫດນີ້, ໝາໄນຈິ່ງເປັນສັດກິນຊີ້ນທີ່ໃກ້ຈະສູນພັນຫຼາຍທີ່ສຸດໃນອາຊີ.
ໝາໄນໄດ້ຮັບການປົກປັກຮັກສາໃນອຸທິຍານແຫ່ງຊາດ ນ້ຳແອດ-ພູເລີຍ ເນື່ອງຈາກເປັນພື້ນທີ່ຂະໜາດໃຫຍ່ ແລະ ມີເຫຍື່ອໃຫ້ເລືອກຈຳນວນຫຼາຍ ລວມທັງ ກວາງ ແລະ ຟານ.
ບ້ວນ ຫຼືນາກຕີນເປັດ
(Aonyx cinereus)
ສະຖານະ: ສ່ຽງຕໍ່ການສູນພັນ
ອຸທິຍານແຫ່ງຊາດ ນ້ຳແອດ-ພູເລີຍ (ນອ-ພລ) ເປັນຖິ່ນທີ່ຢູ່ອາໄສຂອງບ້ວນ ຫຼື ນາກຕີນເປັດ ເຊິ່ງເປັນນາກທີ່ມີຂະໜາດນ້ອຍທີ່ສຸດໃນໂລກ. ດ້ວຍການມີເລັບທີ່ນ້ອຍ ແລະ ນິ້ວຕີນທີ່ໄວຕໍ່ສິ່ງກະຕຸ້ນ ຈຶ່ງເຮັດໃຫ້ມັນສາມາດຄົ້ນຫາກະປູ ແລະ ສັດເປືອກແຂງຊະນິດຕ່າງໆທີ່ອາໄສຢູ່ໃຕ້ນໍ້າ ແລະ ໃນຄວາມມືດ ໄດ້ຢ່າງຄ່ອງແຄ້ວ.
ເຫງັນລາຍພາດກອນ
(Chrotogale owstoni)
ສະຖານະ: ໃກ້ສູນພັນ
ເຫງັນ ມັກຈະຖືກຄິດວ່າເປັນສັດຕະກູນດຽວກັນກັບແມວ ຫຼື ຈອນພອນ ແຕ່ຄວາມຈິງແລ້ວເຫງັນເປັນສັດອີກຕະກຸນໜຶ່ງສະເພາະຂອງຈຳພວກສັດກິນຊີ້ນ ທີ່ແຕກຕ່າງຈາກຕະກຸນແມວ ແລະ ຈອນຟອນ.
ເຫງັນລາຍພາດກອນ ເປັນຊະນົດພັນທີ່ຫາຍາກ ແລະ ມີສະຖານະພາບໃກ້ຈະສູນພັນທີ່ສຸດໃນບັນດາເຫງັນຊະນິດຕ່າງໆທີ່ຢູ່ໃນອຸທິຍານແຫ່ງຊາດ ນ້ຳແອດ - ພູເລີຍ ເຊິ່ງອາໄສພື້ນທີ່ຫ່າງໄກຊອກຫຼີກທາງພາກເໜືອຂອງລາວ ແລະ ຫວຽດນາມ. ເຫງັນຊະນິດນີ້ ເປັນສັດທີ່ຫາກິນໃນຍາມກາງຄືນ ແລະ ຂີ້ອາຍ ເຊິ່ງມັກພົບເຫັນພວກມັນຈາກກ້ອງດັກຖ່າຍສັດປ່າເທົ່ານັ້ນ.
ນົກກະເຕັນຊິວໃຫຍ່
(Alcedo hercules)
ສະຖານະພາບ : ໃກ້ສູນພັນໃນອະນາຄົດອັນໃກ້ (NT)
ນົກເຕັ້ນຊະນິດນີ້ຈັດຢູ່ໃນລາຍຊື່ນົກທີ່ນັກເບິ່ງນົກຕ້ອງຫາເບິ່ງໃຫ້ໄດ້ເພາະວ່າມັນມີຢູ່ໃນບາງຂົງເຂດເທົ່ານັ້ນ ແລະ ຫາເບິ່ງໄດ້ຍາກຫຼາຍ.
ກິດຈະກຳທ່ອງທ່ຽວລ່ອງເຮືຶອເບິ່ງສັດປ່າຕາມສາຍນ້ຳເນີນ ອາດຈະເປັນໂອກາດທີ່ດີສຳລັບການເບິ່ງນົກຊະນິດທີ່ຫາຍາກນີ້ ແຕ່ ທ່ານຄວນສຶກສາວິທີການຈຳແນກນົກເຕັນຢ່າງລະອຽດກ່ອນ ເນື່ອງຈາກວ່າ ຢູ່ໃນອຸທິຍາແຫ່ງຊາດ ນໍ້າແອດ-ພູເລີຍ ມີນົກເຕັນຢ່າງໜ້ອຍ 5 ຊະນິດ!
ງູເຫຼືອມສາຍພັນພະມ້າ
(Python bivittatus)
ສະຖານະ: ສ່ຽງຕໍ່ການສູນພັນ
ໃນຂະນະທີ່ຊະນິດພັນນີ້ກາຍເປັນສັດຊະນິດພັນຄູກຄາມ (ຕ່າງຖິ່ນ) ຢູ່ໃນຫຼາຍປະເທດຕາເວັນຕົກ ແຕ່ຢູ່ທີ່ນີ້ ເປັນຖິ່ນທີ່ຢູ່ອາໄສດັ້ງເດີມຂອງງູທີ່ຫາຫຍາກຊະນິດນີ້. ງູນີ້ ຖືເປັນເປັນໜຶ່ງໃນຊະນິດງູທີ່ໃຫຍ່ທີ່ສຸດໜຶ່ງຂອງໂລກ ແລະ ສາມາດພົບເຫັນເວລາມັນລອຍຕາມລຳແມ່ນ້ຳເນີນ ແລະ ບັນດາສາຂານ້ຳເນີນ ຫຼື ພົບເຫັນຮັງຂອງມັນໃນພຸ່ມໄມ້ຕຶບໜາຕາມແຄມນ້ຳ.
ສັດຕະກູນແມວ
ສັດຈຳພວກແມວໃຫຍ່ ໄດ້ສູນຫາຍໄປຈາກປະເທດລາວ ໄວກວ່າສັດລ້ຽງລູກດ້ວຍນົມກູ່ມອື່ນໆ ເນື່ອງເລັບ, ແຂ້ວ, ກະດູກ ແລະ ໜັງ ຂອງພວກມັນເປັນທີ່ຕ້ອງສູງການຂອງຕະຫຼາດມືດ ເພື່ອການຄອບຄອງ ແລະ ບໍລິໂພກ.
ເສືອລາຍເມກ ແລະ ເສືອໄຟຍັງຄົງປະກົດມີຢູ່ໃນທີ່ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ. ບາງທີ ນີ້ອາດຈະເປັນຖິ່ນທີ່ຢູ່ອາໄສແຫ່ງສຸດທ້າຍຂອງພວກມັນໃນປະເທດ. ເພື່ອຮັກສາການຄົງໂຕຂອງພວກມັນ ໃນອຸທິຍານແຫ່ງນີ້ ແລະ ບ່ອນອື່ນຯ ມັນຈຳເປັນຕ້ອງມີການດຳເນີນການຕໍ່ກັບການລັກລອບລ່າສັດ ແລະ ການບັງຄັບໃຊ້ກົດໝາຍຢ່າງເຂັ້ມແຂງ. ເສືອລາຍຫີນອ່ອນ ແລະ ເສືອແມວ ຍັງມີຢູ່ໃນອຸທິຍານແຫ່ງຊາດແຫ່ງນີ້ ໂດຍພວກມັນເປັນສັດທີ່ລ່າເຫຍື່ອ ແລະ ອາໄສຢູ່ຢ່າງອຸດົມສົມບູນ ອີກທັ້ງຍັງໄດ້ຮັບຜົນກະທົບຈາກຄວາມຕ້ອງການຂອງຕະຫຼາດທີ່ບໍ່ຫຼາຍ.
ໝີດຳ ແລະ ເໝືອຍ
(Ursus thibetanus and Helarctos malayanus)
ສະຖານະ: ສ່ຽງຕໍ່ການສູນພັນ
ເຊັນດຽວກັນກັບສັດຕະກຸນແມວຂະໜາດໃຫຍ່, ໝີໃນອາຊີຕ້ອງປະເຊີນຊະຕາກຳຂອງການຖືກລ່າເພື່ອຂາຍສ່ວນຕ່າງຯຂອງຮ່າງກາຍເຊັນ ອຸ້ງຕີນ ແລະ ຖົງນ້ຳບີ.
ເຖິງວ່າບັນດາໝີຈະຈັດຢູ່ໃນປະເພດສັດກິນຊີ້ນ ແຕ່ໝີດຳ ແລະ ເໝືອຍ ເປັນກໍ່ສັດທີ່ກິນອາຫານໄດ້ທຸກຊະນິດ ໂດຍຈະກິນສະເພາະສ່ວນທີ່ຫາໄດ້ເທົ່ານັ້ນ. ແຫຼ່ງອາຫານທີ່ສຳຄັນຂອງໝີໃນອຸທິຍານແຫ່ງຊາດ ນ້ຳແອດ-ພູເລີຍ ລວມມີ ຮັງແມງໄມ້ເຊັ່ນ ຮັງເຜິ້ງ, ຮັງຕໍ່ ແລະ ຮັງປວກ.

ການທ່ອງທ່ຽວແບບອະນຸລັກສັດປ່າ
ໂຄງການທ່ອງທ່ຽວແບບອະນຸລັກຈິ່ງໄດ້ເລີ່ມຂຶ້ນໃນປີ 2010 ເພື່ອໃຫ້ປະຊາຊົນທ້ອງຖິ່ນໄດ້ມີໂອກາດດຳລົງຊີວິດເປັນມິດກັບສັດປ່າ ນັກທ່ອງທ່ຽວສາມາດເຂົ້າສູ່ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍໄດ້ໂດຍການຈອງທົວເບິ່ງສັດປ່າແບບອະນຸລັດຂອງອຸທິຍານ.
ການທ່ອງທ່ຽວທັງໝົດຖືກອອກແບບມາເພື່ອສ້າງການເຊື່ອມຕໍ່ໂດຍກົງລະຫວ່າງການອະນຸລັກ ແລະການທ່ອງທ່ຽວ, ຮັບປະກັນວ່າຄ່າບໍລິການນັກທ່ອງທ່ຽວສົ່ງຜົນກະທົບທາງບວກຕໍ່ຄວາມພະຍາຍາມຂອງທ້ອງຖິ່ນໃນການປົກປ້ອງສັດປ່າທີ່ໃກ້ຈະສູນພັນ. ເຂົ້າຮ່ວມກັບພວກເຮົາເພື່ອປົກປັກຮັກສາຊີວະນາໆພັນທີ່ເປັນເອກະລັກນີ້ ແລະ ສະໜັບສະໜູນຊີວິດການເປັນຢູ່ແບບຍືນຍົງໃຫ້ແກ່ຊຸມຊົນທ້ອງຖິ່ນ.
